ງານ WordCamp Europe 2026 ໃກ້ຈະມາຮອດແລ້ວ. ຄົ້ນຫາສິ່ງທີ່ຈະເກີດຂຶ້ນໃນເມືອງ Kraków ໃນເດືອນມິຖຸນານີ້.

ສ້າງປະສົບການໃໝ່ໆດ້ວຍ WordPress
ແພັດຟອມການເຜີຍແຜ່ແບບໂອເພນຊອດ ທີ່ເປັນທາງເລືອກສຳລັບເວັບໄຊຫຼາຍລ້ານແຫ່ງທົ່ວໂລກ—ຕັ້ງແຕ່ຜູ້ສ້າງສັນຜົນງານ ແລະ ທຸລະກິດຂະໜາດນ້ອຍ ໄປຈົນເຖິງອົງກອນລະດັບໃຫຍ່.


ອອກແບບ
ສ້າງເວັບໄຊໃດກໍໄດ້ດ້ວຍເຄື່ອງມືການອອກແບບທີ່ຢືດຢຸ່ນ ແລະ ພະລັງຂອງ ບລັອກ. ເລີ່ມຕົ້ນຈາກໜ້າເປົ່າຫວ່າງ ຫຼື ເລືອກ ທິມ. ປັບແຕ່ງທຸກລາຍລະອຽດໄດ້ຕາມໃຈໂດຍບໍ່ຕ້ອງຂຽນໂຄ້ດ.

ສ້າງ
ເບິ່ງຜົນການປ່ຽນແປງຂອງເວັບໄຊໃນເວລາຈິງ, ເຖິງແມ່ນວ່າທ່ານຈະເພີ່ມ, ແກ້ໄຂ ແລະ ຈັດລຽງເນື້ອຫາໃໝ່ ກໍສາມາດເຮັດໄດ້ງ່າຍໆ ດ້ວຍລະບົບການແກ້ໄຂທີ່ໃຊ້ງ່າຍ ແລະ ຄຸນສົມບັດທີ່ຄົບຖ້ວນໃນການຈັດການທຸກຢ່າງ.

ຕໍ່ເຕີມ
ເຮັດໃຫ້ເວັບໄຊຂອງທ່ານເຮັດວຽກໄດ້ຕາມທີ່ທ່ານຕ້ອງການ. ເພີ່ມຮ້ານຄ້າ, ລະບົບວິເຄາະ, ຈົດໝາຍຂ່າວ, ການເຊື່ອມຕໍ່ກັບໂຊຊຽວມີເດຍ; ທ່ານສາມາດຄວບຄຸມທຸກຢ່າງໄດ້ດ້ວຍ ປັກອິນ ທີ່ມີໃຫ້ເລືອກຫຼາກຫຼາຍ.
ເບິ່ງວ່າມີຫຍັງໃໝ່
WordPress 7.0 lets you make it your own: connect your preferred AI providers and put them to work across your site. Drop in patterns that behave like a single block, design a navigation overlay with full block freedom, and restore changes quickly with visual revision history.

ແພັດຟອມດຽວ, ແຕ່ເຕັມໄປດ້ວຍຄວາມເປັນໄປໄດ້ທີ່ບໍ່ສິ້ນສຸດ
ຄົ້ນພົບຊຸດຕົວຢ່າງເວັບໄຊຈາກທົ່ວທຸກມຸມໂລກ ທີ່ຄັດສັນມາເພື່ອສະແດງໃຫ້ເຫັນການອອກແບບທີ່ສວຍງາມ, ນະວັດຕະກຳທາງເຕັກນິກ ແລະ ພະລັງທີ່ບໍ່ມີຂີດຈຳກັດຂອງ WordPress.









ພົບກັບຊຸມຊົນ WordPress
ຢູ່ເບື້ອງຫຼັງເຕັກໂນໂລຊີນີ້ ແມ່ນການຮ່ວມມື ແລະ ການເຕົ້າໂຮມກັນຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍຈາກທົ່ວໂລກ. ພວກເຮົາຈັດກິດຈະກຳເປັນປະຈຳ ເພື່ອມອບໂອກາດໃນການຮຽນຮູ້ເພີ່ມເຕີມກ່ຽວກັບ WordPress ແລະ ແນວໂນ້ມເຕັກໂນໂລຊີໃໝ່ໆ, ສ້າງເຄືອຂ່າຍກັບຜູ້ຊ່ຽວຊານໃນຂະແໜງການ, ແລະ ສົ່ງເສີມການເຕີບໂຕໃນວິຊາຊີບຂອງທ່ານ.
ພວກເຮົາຮ່ວມແຮງຮ່ວມໃຈກັນດ້ວຍຈິດວິນຍານຂອງໂອເພນຊອດ ແລະ ເສລີພາບໃນການສ້າງ, ປ່ຽນແປງ ແລະ ແບ່ງປັນໂດຍບໍ່ມີອຸປະສັກ. ຍິນດີຕ້ອນຮັບທຸກຄົນ.

ສ້າງເພື່ອຕົວທ່ານເອງ, ແຕ່ບໍ່ໄດ້ສ້າງຢູ່ຄົນດຽວ
ບໍ່ວ່າທ່ານຈະເປັນຜູ້ປະກອບການ, ຜູ້ພັດທະນາມືອາຊີບ ຫຼື ບລັອກເກີມືໃໝ່, ພວກເຮົາມີຄັງຂໍ້ມູນ ແລະ ເຄື່ອງມືການຮຽນຮູ້ທີ່ພ້ອມສຳລັບທ່ານ. ນອກຈາກນີ້ ທ່ານຍັງມີຊຸມຊົນ WordPress ທັງໝົດທີ່ພ້ອມຈະຊ່ວຍເຫຼືອທ່ານ.
ຂ່າວສານ WordPress ລ່າສຸດ
ເລີ່ມຕົ້ນໃຊ້ງານ
ຄົ້ນຫາທຸກສິ່ງທີ່ທ່ານຕ້ອງການເພື່ອເລີ່ມຕົ້ນ, ດາວໂຫຼດແພັດຟອມ, ຊອກຫາໂຮສຕິງ ແລະ ອື່ນໆ—ບໍ່ວ່າຈະເປັນເວັບໄຊທຳອິດ ຫຼື ເວັບໄຊທີເກົ້າສິບເອັດຂອງທ່ານ.